Ad

Ad

30 April 2013

ຖ້ຳມະຫັດສະຈັນ ກອງລໍ ທີ່ພວມໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ



    ປະເທດລາວ, ມີແຫລ່ງທ່ອງ ທ່ຽວທາງດ້ານປະຫວັດສາດ, ວັດຖຸບູຮານ ແລະ ດ້ານທຳມະຊາດ ເປັນຈຳນວນຫລາຍແຫ່ງ ແລະ ໜຶ່ງໃນແຫລ່ງທ່ອງທ່ຽວ ທີ່ສຳ ຄັນທາງດ້ານທຳມະຊາດທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ ຄວາມ ນິຍົມໄປ ທ່ຽວຫລາຍກໍຄື “ຖ້ຳກອງລໍ”.
    ຖ້ຳກອງລໍ ຕັ້ງຢູ່ບ້ານກອງລໍ ເມືອງຄູນຄຳ ແຂວງຄຳມ່ວນ ຫ່າງຈາກນະຄອນ ຫລວງວຽງຈັນປະມານ 300 ກວ່າກິໂລແມັດ, ໄປທາງເລກ 13 ໃຕ້ຈົນຮອດ ທາງແຍກຫລັກ 20 ກໍລ້ຽວຊາຍ ເຂົ້າໄປທາງເລກ 8 (ຫລັກຊາວ) ປະມານ 100 ກວ່າກິໂລ ແມັດ ກໍ ຈະເຫັນທາງປູຢາງແຍກອອກ ຈາກເສັ້ນທາງເລກ 8 ເຊິ່ງເອີ້ນ ກັນວ່າສາມແຍກນາຫີນທາງແຍກດັ່ງ ກ່າວແມ່ນໄປ ສຸດຢູ່ຖ້ຳ ກອງລໍ ມີຄວາມຍາວປະມານ 40 ກິໂລແມັດ.
    ຖ້ຳກອງລໍ ແມ່ນຖ້ຳນ້ຳ ລອດທີ່ມີຄວາມມະຫັດສະຈັນ ຂອງທຳມະຊາດສ້າງຂຶ້ນດ້ວຍ ຕົວມັນເອງ, ມີຄວາມຍາວຊອດ ທະລຸ 7,5 ກິໂລແມັດ ແລະ ປະຊາ ຊົນໃນເຂດດັ່ງກ່າວໄດ້ນຳໃຊ້ ສາຍນ້ຳລອດຖ້ຳເປັນເສັ້ນທາງ ແລ່ນເຮືອເພື່ອການຄົມມະ ນາຄົມໄປມາຫາສູ່, ການຂົນສົ່ງສີນຄ້າ ແລະ ການທ່ອງທ່ຽວຕ່າງໆ. ການເຂົ້າໄປໃນຖ້ຳແມ່ນມີເຮືອ ບໍລິການເລີ່ມແຕ່ເວລາ 8 ໂມງ ເຊົ້າຫາ 4 ໂມງແລງ, ໃນລາຄາ 150.000 ກີບຕໍ່ເຮືອລຳໜຶ່ງນັ່ງ ໄດ້ຈຳນວນ 3 ຄົນ ພ້ອມກັບເສື້ອ ຊູຊີບ, ແຕ່ຖ້າຕ້ອງ ການໄຟສາຍ ແມ່ນຕ້ອງໄດ້ເຊົ່າ 5 ພັນກີບຕໍ່ອັນ.

      ເມື່ອພວກເຮົາເລີ່ມຍ່າງເຂົ້າໄປໃນຖ້ຳກໍຈະຮູ້ສຶກໄດ້ທັນທີໃນບັນຍາກາດແຫ່ງຄວາມໜາວເຢັນຂອງອາຍນ້ຳທີ່ໂຊຍ ອອກ ມາພ້ອມກັບສຽງຂອງກະແສນ້ຳ ໄຫລຜ່ານໂງ່ນຫີນແກ້ງຕ່າງໆ ດັງຊາດໆ ຢ່າງໜ້າອອນຊອນ ເໝືອນກັບການນັ່ງໃນໂຮງລະ ຄອນທີ່ມີທຳມະຊາດເປັນຜູ້ບັນ ເລງສຽງເພງຢ່າງໜ້າອອນຊອນເພີດເພີນ.ເມື່ອນັ່ງເຮືອເຂົ້າໄປໃນຖ້ຳປະມານ 50 ແມັດກໍຈະສຳ ຜັດກັບບັນຍາກາດແຫ່ງຄວາມ ມືດມິດແຕ່ເວລານັ້ນແມ່ນນັກ ທ່ອງທ່ຽວເອງຕ້ອງໄດ້ໄຕ້ໄຟ ສາຍເພື່ອເບິ່ງຄວາມສວຍງາມ ດ້ານໃນຂອງຖ້ຳທີ່ເຕັມໄປດ້ວຍ ແສງເຫລື້ອມຍິບຍັບຂອງຫີນ ຍ້ອຍທີ່ສະທ້ອນກັບແສງໄຟສາຍ ແລະ ພໍຂີ່ເຮືອເລິກເຂົ້າໄປປະ ມານ 2 ກວ່າກິໂລແມັດ ກໍຈະ ເຫັນແສງໄຟຟ້າທີ່ຮຸ່ງສະຫວ່າງ ເຊິ່ງຈຸດນັ້ນແມ່ນບ່ອນຈອດເຮືອ ເພື່ອໃຫ້ນັກທ່ອງທ່ຽວໄດ້ລົງ ຍ່າງເລາະເບິ່ງຄວາມສວຍງາມຂອງຫີນຍ້ອຍຢັງຢາຍຄ້າຍຄືຮູບປັ້ນ ຂອງຜາສາດຮູບຕ່າງຕາມຫາດຊາຍກວ້າງເຊິ່ງຖືວ່າເປັນປະຕິ ມະກຳທີ່ທຳມະຊາດສ້າງຂຶ້ນ ຢ່າງໜ້າອັດສະຈັນງຶດງໍ້. ຫລັງຈາກ ການຍ່າງເລາະເບິ່ງປະຕິມາກຳ ຂອງຫີນຍ້ອຍແລ້ວກໍໄດ້ຂຶ້ນ ເຮືອເດີນທາງໄປຕໍ່ຕາມສາຍນ້ຳຈົນຊອດຟາກຖ້ຳທີ່ມີຄວາມຍາວ 7,5 ກິໂລແມັດ ເພື່ອແວ່ພັກຜ່ອນ ຢ່ອນອາລົມປະມານ 1 ຊົ່ວໂມງ, ຈຶ່ງໄດ້ຂີ່ເຮືອກັບມາ, ສ່ວນນັກທ່ອງທ່ຽວທ່ານໃດຕ້ອງການນອນຄ້າງຄືນຢູ່ຝາກເບື້ອງນັ້ນກໍສາມາດພັກເຊົານຳ ເຮືອນປະຊາຊົນໄດ້.
    ທ່ານຫົວໜ້າສະມາຄົມບໍລິການແລ່ນເຮືອຖ້ຳກອງລໍໃຫ້ ຮູ້ວ່າ: ປັດຈຸບັນເຫັນວ່າມີນັກ ທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດມາທ່ຽວຊົມຖ້ຳຫລາຍຂຶ້ນສະເລ່ຍປະມານ 150 - 200 ຄົນຕໍ່ມື້, ແຕ່ຖ້າເປັນລະດູແລ້ງ ແມ່ນມີນັກທ່ອງທ່ຽວ ມາຫລາຍ ກວ່ານີ້.
    ນັກທ່ອງທ່ຽວຄົນຝຣັ່ງທ່ານ ໜຶ່ງບອກກັບນັກຂ່າວວ່າ: ຂ້ອຍ ເຫັນວ່າຖ້ຳແຫ່ງນີ້ມີຄວາມສວຍງາມມະຫັດສະຈັນຫລາຍ, ດ້ານ ທຳມະຊາດກໍມີຄວາມອຸດົມສົມ ບູນອັນເປັນທີ່ຊອກເບິ່ງໄດ້ຍາກ ຂອງນັກທ່ອງທ່ຽວໃນໂລກ, ນອກນັ້ນປະຊາຊົນໃນ ເຂດນີ້ກໍມີຈິດໃຈດີເອື້ອເຟື້ອເພື່ອແຜ່ ແລະ ມີມິດໄມຕີຕໍ່ແຂກທີ່ມີຢ້ຽມຢາມເຊິ່ງເປັນຈຸດສຳຄັນທີ່ດຶງດູດນັກທ່ອງທ່ຽວໃຫ້ ທ່ຽວຖ້ຳແຫ່ງນີ້ ຫລາຍຂຶ້ນໃນຕໍ່ໜ້າ.
   ປັດຈຸບັນ, ແຫລ່ງທ່ອງທ່ຽວຖ້ຳກອງລໍພວມໄດ້ຮັບການພັດທະນາຫລາຍ ເຊັ່ນ: ສຳເລັດການກໍ່ສ້າງກັນເຈື່ອນ, ສ້າງຂັ້ນໄດ ແລະ ຂົວຂ້າມສາຍນ້ຳໄປສູ່ປາກຖ້ຳ ແລະ ເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງລະດັບໂລກທີ່ອົງການອຸຍແນສໂກຮັບຮູ້ ແລະ ພວມຄົ້ນຄວ້າກ້າວສູ່ການເປັນແຫລ່ງທ່ອງທ່ຽວມໍລະດົກໂລກ.

No comments:

Post a Comment