Ad

Ad

15 October 2015

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະຫະພັນ​ກຳມະບານ​ລາວທົ່ວ​ປະ​ເທດ ​ໄຂ​ຂຶ້ນ​ຢ່າງ​ເປັນທາງ​ການ

              ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ VII ​ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ຕຸລາ 2015 ນີ້, ຢູ່ນະຄອນຫລວງວຽງຈັນໂດຍການ​​ເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ, ບັນດາການນຳພັກ-ລັດແລະ ມີຕາງໜ້າສະມາຊິກກຳມະບານລາວໃນທົ່ວປະເທດເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
            ທ່ານ ປ້ານ ນ້ອຍມະນີ ປະທານສູນກາງສະຫະພັນກຳມະບານລາວໄດ້ຂຶ້ນຜ່ານບົດລາຍງານການເມືອງໂດຍຍົກໃຫ້ເຫັນບາງຕອນວ່າ: ​ໄລຍະ 5ປີຜ່ານມາ, ສະຫະພັນກຳມະບານລາວໄດ້ຮັບການພັດທະນາໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ, ບົດບາດແລະ ຊື່ສຽງຂອງສະຫະພັນກໍາມະບານລາວໄດ້ຮັບການຍົກສູງຂຶ້ນເລື້ອຍໆ, ​ໄດ້ເປັນໃຈກາງເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມແລະ ປົກປ້ອງສິດຜົນປະໂຫຍດອັນຊອບຂທຳຂອງຊົນຊັ້ນກຳມະກອນແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ​ເຄື່ອນໄຫວຖືກຕ້ອງຕາມສິດຂອບເຂດຄວາມຮັບຜິດຊອບຂອງຕົນ, ການຈັດຕັ້ງກຳມະບານໄດ້ຮັບການສ້າງຕັ້ງຂຶ້ນ ຕາມບັນດາຫົວໜ່ວຍແຮງງານນັບທັງພາກລັດແລະເອກກະຊົນນັບມື້ກ້ວາງຂວາງ.

             ຈາກນັ້ນ ກອງປະຊຸມ ຍັງໄດ້ພ້ອມກັນສັງເກດຕີລາຄາແລະ ຮັບຮອງເອົາບົດລາຍງານການເມືອງແລະ ທິດທາງແຜນການໃນ 5ປີຕໍ່ໜ້າ (2016-2020), ຮັບຮ້ອງເອົາກົດລະບຽບຂອງສະຫະພັນກຳມະບານລາວສະບັບປັບ ປຸງໃໝ່, ຮັບຮອງເອົາບົດສຳຫລວດຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວຊຸດທີ VI, ຮັບຮອງເອົາແຜນຍຸດທະສາດພັດທະນາກຳມະບານລາວແຕ່ປີ 2016-2020 ​ແລະແຕ່ປີ 2020-2025, ວິໄສທັດໃນການພັດທະນາກຳມະບານລາວເຖິງປີ 2030 ​ແລະ ຮັບຮອງເອົາຮ່າງຂໍ້ແຂ່ງຂັນ 2 ດີ 5 ​ເປັນ​​ເຈົ້າ. ນອກຈາກນັ້ນ ຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວຊຸດໃໝ່.

             ​ໃນໂອກາດດຽວກັນນີ້, ທ່ານບຸນຍັງ ວໍລະຈິດໄດ້ໃຫ້ກຽດໂອ້ລົມຊີ້ທິດເຍືອງທາງໃຫ້ພະນັກງານ-ລັດຖະ ກອນ ກໍຄືສະຫະພັນກໍາມະບານລາວ, ​ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຮັບໝາກຜົນແລະໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ.

No comments:

Post a Comment