Ad

Ad

27 September 2016

ລາວສ້າງນິຕິກໍາໃໝ່ອຸດໜູນພະນັກງານລັດເຮັດວຽກນອກໂມງການ

   ໃນວັນທີ 26 ກັນຍານີ້, ຢູ່ສູນການຮ່ວມມື ແລະ ຝຶກອົບຮົມ (ITCT) ນະຄອນຫລວງວຽງຈັນ, ກະຊວງການເງິນໄດ້ເຊີນຜູ້ຕາງໜ້າຈາກບັນດາກະຊວງອ້ອມຂ້າງສູນກາງເພື່ອຮ່ວມປຶກສາຫາລືທາບທາມຄວາມຄິດເຫັນໃສ່ຮ່າງດໍາລັດວ່າດ້ວຍການປະຕິບັດເງິນອຸດໜູນເຮັດວຽກນອກໂມງລັດຖະການສໍາລັບພະນັກງານ-ລັດຖະກອນ, ເພື່ອຮັບປະກັນໃຫ້ຮ່າງດໍາລັດດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມ, ແທດເໝາະ ແລະ ສອດຄ່ອງກັບສະພາບຕົວຈິງຂອງການຈັດຕັ້ງປະຕິບັດຢ່າງເປັນເອກະພາບບົນພື້ນຖານປະຢັດມັດທະຢັດ.

  ໃນໂອກາດກ່າວເປີດກອງປະຊຸມດັ່ງກ່າວຂອງທ່ານຮອງລັດຖະມົນຕີກະຊວງການເງິນ ສີລາ ວຽງແກ້ວ ໄດ້ມີຄໍາເຫັນສໍາຄັນວ່າ: ໃນໄລຍະຜ່ານມາການປະຕິບັດເງິນອຸດໜູນການເຮັດວຽກນອກໂມງລັດຖະການສໍາລັບພະນັກງານ-ລັດຖະກອນອິງໃສ່ອັດຕາຄິດໄລ່ທີ່ໄດ້ກໍານົດໄວ້ໃນມາດຕາ 2 ຂອງດໍາລັດສະບັບເລກທີ 176/ນຍ ລົງວັນທີ 25 ພະຈິກ 1993 ວ່າດ້ວຍອັດຕາເບ້ຍເພີ່ມຕໍາແໜ່ງ, ການອຸດໜູນ ແລະ ເບ້ຍລ້ຽງໃຫ້ແກ່ລັດຖະກອນ, ພາລະກອນ ແລະ ອື່ນໆ, ຊຶ່ງເປັນນິຕິກໍາທີ່ຖືກຈັດຕັ້ງມາເປັນເວລາດົນສົມຄວນ ແລະ ມາຮອດປັດຈຸບັນຜ່ານການຄົ້ນຄວ້າ, ວິໃຈຂໍ້ມູນເຫັນວ່າອັດຕາຄິດໄລ່ດັ່ງກ່າວເພີ່ມຂຶ້ນຫລາຍ. ສະນັ້ນ ເພື່ອເປັນການປະຢັດລາຍຈ່າຍງົບປະມານ, ພ້ອມທັງຮັບປະກັນຊີວິດການເປັນຢູ່ ແລະ ກະຕຸກຊຸກຍູ້ຄວາມຫ້າວຫັນໃນວຽກງານຂອງພະນັກງານ-ລັດຖະກອນ ຈຶ່ງເຫັນວ່າຄວນປັບປຸງການຫລຸດອັດຕາຄິດໄລ່ດັ່ງກ່າວລົງໃນລະດັບທີ່ເໝາະສົມ ແລະ ສ້າງເປັນຮ່າງດໍາລັດຂອງນາຍົກລັດຖະມົນຕີເພື່ອຈັດຕັ້ງປະຕິບັດ ແລະ ປ່ຽນແທນນິຕິກໍາສະບັບເກົ່າ.
   ທ່ານນາງ ບົວເງິນ ອຸ່ນນະລາດ ວ່າການຫົວໜ້າກົມນະໂຍບາຍການເງິນ ກະຊວງການເງິນ ກ່າວວ່າ: ຮ່າງດໍາລັດດັ່ງກ່າວປະກອບມີ 6 ໝວດ ແລະ 17 ມາດຕາ. ຊຶ່ງໃນໄລຍະຜ່ານມາການຄິດໄລ່ເງິນອຸດໜູນເຮັດວຽກເກີນເວລາລັດຖະການແມ່ນໄດ້ປະຕິບັດຕາມດໍາລັດເລກທີ 176/ນຍ ແລະ ມາຮອດປັດຈຸບັນຫລາຍມາດຕາໃນດໍາລັດນີ້ແມ່ນໄດ້ມີການປັບປຸງເປັນສ່ວນໃຫຍ່ ເຊິ່ງເຫລືອພຽງມາດຕາ 2 ທີ່ກໍານົດກ່ຽວກັບການຄິດໄລ່ເງິນອຸດໜູນເຮັດວຽກເກີນເວລາດັ່ງນີ້:  ເຮັດວຽກເກີນເວລາໃນຕອນກາງເວັນແຕ່ 6 ໂມງຫາ 22 ໂມງແມ່ນຄິດໄລ່ເທົ່າກັບ 150% ຕໍ່ຊົ່ວໂມງເຮັດວຽກປົກກະຕິໂດຍອິງໃສ່ເງິນເດືອນພື້ນຖານຕາມຊັ້ນ, ຂັ້ນຂອງແຕ່ລະຄົນ, ເຮັດວຽກເກີນເວລາໃນຕອນກາງຄືນແຕ່ 22 ໂມງຮອດ 6 ໂມງເຊົ້າມື້ໃໝ່ແມ່ນຄິດໄລ່ເທົ່າກັບ 200% ຕໍ່ຊົ່ວໂມງ ແລະ ເຮັດວຽກໃນມື້ພັກລັດຖະການໃນຕອນກາງເວັນເທົ່າກັບ 250% ຕໍ່ຊົ່ວໂມງ ແລະ ຕອນກາງຄືນເທົ່າກັບ 300% ຕໍ່ຊົ່ວໂມງ. ຜ່ານການຄົ້ນຄວ້າ ແລະ ວິໃຈຂໍ້ມູນເຫັນວ່າອັດຕາຄິດໄລ່ດັ່ງກ່າວນັ້ນເມື່ອທຽບກັບລະບົບເງິນເດືອນປັດຈຸບັນຈະເຮັດໃຫ້ລາຍຈ່າຍດັ່ງກ່າວເພີ່ມຂຶ້ນຫລາຍ, ຊຶ່ງເງິນເດືອນພື້ນຖານຕໍ່າສຸດໄດ້ເພີ່ມຂຶ້ນຈາກ 26.000 ກີບໃນປີ 1994 ມາເປັນ 904.000 ກີບໃນປັດຈຸບັນ ເຊິ່ງເພີ່ມຂຶ້ນຫລາຍເຖິງ 35 ເທົ່າ ສະນັ້ນຈຶ່ງເຫັນວ່າບໍ່ສອດຄ່ອງກັບສະພາບການເງິນ-ງົບປະມານ ແລະ ມີຄວາມຈໍາເປັນຕ້ອງໄດ້ຮີບຮ້ອນປັບປຸງອັດຕາຄິດໄລ່ການເຮັດວຽກເກີນເວລາລັດຖະການໃຫ້ມີຄວາມເໝາະສົມ, ຊຶ່ງກ່ອນໜ້ານີ້ຄະນະກໍາມະການສ້າງຮ່າງດໍາລັດດັ່ງກ່າວໄດ້ສົ່ງຮ່າງທິດທາງເບື້ອງຕົ້ນໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງຈໍານວນໜຶ່ງເພື່ອຂໍຂໍ້ຄິດເຫັນ ແລະ ໄດ້ມີຄວາມເອກະພາບກັນເປັນສ່ວນໃຫຍ່ໃນການຫລຸດອັດຕາຄິດໄລ່ລົງເຄິ່ງໜຶ່ງ (50%) ຂອງອັດຕາທີ່ນໍາໃຊ້ໃນປັດຈຸບັນຄື: ຈາກ 150%, 200%, 250% ແລະ 300% ລົງມາເປັນ 75%, 100%, 125% ແລະ 150%.
           ແນວໃດກໍຕາມ, ຈຸດທີ່ໜ້າສົນໃຈຂອງຮ່າງດໍາລັດໃໝ່ນີ້ກໍແມ່ນການທີ່ກໍານົດໃນມາດຕາ 2 ວ່າ: ການເຮັດວຽກນອກໂມງລັດຖະການ ແມ່ນການເຮັດວຽກເກີນເວລາລັດຖະການທີ່ລັດໄດ້ກໍານົດໄວ້ເລີ່ມແຕ່ 8:00 ໂມງເຊົ້າ-16:00 ໂມງ, ການເວນຍາມຂອງແພດໝໍ ແລະ ການເຮັດວຽກບໍລິ ການອື່ນໆ, ວັນພັກລັດຖະການ, ວັນພັກຕາມແຈ້ງການທາງລັດຖະການ ແລະ ວັນພັກບຸນສໍາຄັນຕ່າງໆຂອງຊາດ ແລະ ມາດຕາ 6 ທີ່ລະບຸກໍລະນີທີ່ບໍ່ຖືວ່າເປັນການເຮັດວຽກນອກໂມງລັດຖະການ ໝາຍເຖິງໃນໂມງລັດຖະການໂດຍອິງຕາມວຽກ ເມື່ອລັດຖະກອນຜູ້ໃດບໍ່ໄດ້ເຮັດວຽກພາຍໃນມື້ນີ້, ແຕ່ນອກໂມງລັດຖະການຂອງມື້ນີ້ເອງ ພັດມີວຽກຈໍາເປັນຕ້ອງໄດ້ເຮັດນອກໂມງລັດຖະການ, ກໍລະນີດັ່ງກ່າວກໍໃຫ້ຖືວ່າເຮັດວຽກແທນຕາມໂມງລັດຖະການຂອງມື້ນີ້, ລັດຖະກອນຂັບລົດນອກໂມງລັດຖະການທີ່ໄປວຽກສ່ວນຕົວໃຫ້ບຸກຄົນໃດໜຶ່ງ, ລັດຖະກອນຂັບລົດທີ່ຕ້ອງໄປຮັບ-ສົ່ງລັດຖະກອນໄປການ ແລະ ລັດຖະກອນທີ່ປະຕິບັດວຽກງານບໍລິຫານ ຫາກໄດ້ຮັບເງິນອຸດໜູນສະເພາະ ແລະ ໄດ້ຮັບເງິນບໍາເນັດແລ້ວ ໃນກໍລະນີເຫລົ່ານີ້ແມ່ນບໍ່ໃຫ້ຄິດໄລ່ເປັນເງິນເຮັດວຽກນອກໂມງອີກ. ສ່ວນເງື່ອນໄຂໃນການປະຕິບັດເງິນເຮັດວຽກນອກໂມງລັດຖະການທີ່ກໍານົດໃນມາດຕາ 5 ແມ່ນກໍລະນີມີຄວາມຈໍາເປັນຕ້ອງປະຕິບັດວຽກງານໃຫ້ສໍາເລັດຕາມແຜນການ, ວຽກງານມີລັກສະນະຮີບດ່ວນ ແລະ ຕ້ອງໃຫ້ສໍາເລັດຕາມກໍານົດເວລາ, ຕ້ອງມີການມອບໝາຍໃຫ້ປະຕິບັດວຽກງານເປັນລາຍລັກອັກສອນທີ່ສາມາດຢັ້ງຢືນໄດ້ຈາກການຈັດຕັ້ງໃນແຕ່ລະຂັ້ນ ແລະ ການເວນຍາມຂອງແພດໝໍ ແລະ ຂະແໜງການອື່ນ ແລະ ມາດຕາ 7 ກໍານົດວ່າ: ຊົ່ວໂມງເຮັດວຽກເກີນໃນເດືອນໜຶ່ງແມ່ນບໍ່ໃຫ້ເກີນ 45 ຊົ່ວໂມງ ແລະ ສໍາລັບຂະແໜງສາທາລະນະສຸກແມ່ນຄິດໄລ່ຕາມຕົວຈິງ, ສ່ວນວິທີຄິດໄລ່ເງິນເຮັດວຽກນອກໂມງລັດຖະການທີ່ກໍານົດໃນມາດຕາ 9 ແມ່ນເອົາເງິນເດືອນພື້ນຖານຫານໃຫ້ຊາວສອງວັນແລ້ວຫານໃຫ້ 8 ຊົ່ວໂມງ ແລະ ຄູນໃຫ້ຈໍານວນສ່ວນຮ້ອຍທີ່ກໍານົດໄວ້ຄື: 75%, 100%, 125% ແລະ 150%.

   ທ່ານຮອງລັດຖະມົນຕີກະຊວງການເງິນ ກ່າວວ່າ: ພາຍຫລັງສໍາເລັດການ ທາບທາມຄວາມຄິດເຫັນຈາກພາກສ່ວນຕ່າງໆແລ້ວ, ຄະນະກໍາມະການສ້າງຮ່າງດໍາລັດຈະໄດ້ນໍາໄປປັບປຸງເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ຈະນໍາສະເໜີລັດຖະບານພິຈາລະນາຮັບຮອງໃນເດືອນຕຸລານີ້, ສ່ວນລາຍລະອຽດຂອງການຈັດຕັ້ງປະຕິບັດແມ່ນຈະໄດ້ກໍານົດມາດຕະການໃນການຄຸ້ມຄອງອອກເປັນຄໍາແນະນໍາຂອງກະຊວງການເງິນສະເພາະ.

No comments:

Post a Comment