Ad

Ad

6 March 2017

ຕົ້ນໄມ້ປະດັບຕາມທາງບາງສາຍບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ

          ປັດຈຸບັນປະກົດວ່າຕົ້ນໄມ້ທີ່ປູກປະດັບປະດາຕາມຄູກາງທາງ ຫລື ຂອບທາງບາງເສັ້ນທາງໃນຕົວເມືອງແມ່ນມີສະພາບພວມຊຸດໂຊມຮ່ຽວແຫ້ງຕາຍຢືນຕົ້ນຍ້ອນຂາດການເອົາໃຈໃສ່ບົວລະບັດຮັກສາຢ່າງເໜາະສົມ.
  ໃນແຕ່ລະປີ, ລັດຖະບານໄດ້ລົງທຶນຈຳນວນຫລາຍບໍ່ວ່າຈາກງົບປະມານຂອງລັດ ຫລື ເງິນກູ້ຢືມຈາກສາກົນ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານ ເພື່ອອໍານວຍໃຫ້ແກ່ການສັນຈອນໄປມາ, ຂົນສົ່ງສີນຄ້າ ແລະ ຜະລິດຕະພັນ ຕ່າງໆຂອງປະຊາຊົນ ເພື່ອພັດທະນາເສດຖະກິດຂອງຄອບຄົວໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ອີກດ້ານໜຶ່ງກໍສ້າງໃຫ້ຕົວເມືອງມີຄວາມສະອາດຈົບງາມ ແລະ ໜ້າຢູ່.

          ເຖິງຢ່າງໃດກໍຕາມ, ຍັງມີຖະໜົນຫລາຍສາຍ, ຊຶ່ງພາຍຫຼັງສຳເລັດການກໍ່ສ້າງແລ້ວກໍບໍ່ໄດ້ຮັບການເອົາໃຈໃສ່ປົກປັກຮັກສາດີເທົ່າທີ່ຄວນ, ດັ່ງເສັ້ນທາງ 450 ທີ່ສະທ້ອນໃຫ້ເຫັນເຖິງການຂາດການບົວລະບັບຮັກສາຊັບສິນຂອງລັດ, ໂດຍສະເພາະປະປ່ອຍໃຫ້ຫຍ້າເກີດຂຶ້ນສູງຮົກເຮື້ອຕາມຄູກາງຈົນບໍ່ສາມາດແນມເຫັນລົດແລນໃນເລັນອີກເບືອງໜຶ່ງໄດ້. ຍິ່ງໄປກ່ວານັ້ນເມື່ອບໍ່ດົນມານີ້ໄດ້ເກີດມີສະພາບໄຟໃໝ້ຫຍ້າບາງຈຸດຂອງຄູກາງທາງດັ່ງກ່າວ, ເຮັດໃຫ້ຕົ້ນຈໍາປາທີ່ປູກຄູໃນບໍລິເວນດຽວກັນຖືກໄຟໃໝ້, ຊຶ່ງຕົ້ນຈໍາປາດັ່ງກ່າວແມ່ນໃຊ້ງົບປະມານລັດ ລົງທຶນຊື້ມາປູກໃສ່ເພື່ອປະດັບປະດາເອ້ຢ້ອງໃຫ້ເສັ້ນທາງດັ່ງກ່າວສວຍງາມ, ແຕ່ຕ້ອງຖືກຮ່ຽວແຫ້ງຕາຍຢ່າງໄຮ້ຄຸນຄ່າ.
  ອີກເສັ້ນທາງສາຍໜຶ່ງທີ່ພວມປະເຊີນບັນຫາລັກສະນະຄ້າຍຄືກັນນີ້ແມ່ນທາງຕັດໃໝ່ແຕ່ສາມແຍກໄຟອໍານາດໜອງບົວທອງ-ໜອງປິງ-ໜອງບຶກ, ເຊິ່ງປັດຈຸບັນພວມມີຕຶກອາຄານ, ສໍານັກງານຂອງພາກລັດ ແລະ ເອກະຊົນ ສ້າງຂຶ້ນຫລວງຫລາຍຕາມສອງຝາກທາງກໍປະກົດເຫັນວ່າຕົ້ນໄມ້ທີ່ປູກຕາມຄູກາງທາງບໍ່ໄດ້ຮັບການເອົາໃຈໃສ່ບົວລະບັດຮັກສາ ແລະ ອາດຮ່ຽວຕາຍໃນອີກບໍ່ດົນນີ້. ນອກນີ້ຍັງມີການຈູດຫຍ້າທີ່ເກີດຂຶ້ນຕາມຄູກາງທາງ ແລະ ມີການຖີ້ມຂີ້ເຫຍື້ອຍຊະຊາຍຕາມແຄມຖະໜົນດັ່ງກ່າວ. ສະນັ້ນຕໍ່ບັນຫານີ້, ພາກສ່ວນກ່ຽວຂ້ອງຕ້ອງເພີ່ມທະວີຄວາມຮັບພິຊອບໃນຂອດການຄຸ້ມຄອງ, ບົວລະບັດຮັກສາຄວາມສະອາດຈົບງາມຂອງຕົວເມືອງໃຫ້ໜ້າຢູ່ຫລາຍຂຶ້ນຕາມທິດພັດທະນາສີ

ຂຽນຍືນຍົງ.

No comments:

Post a Comment