Ad

Ad

6 March 2017

ຈະລາຈອນຫ້າມໜ່ວຍກູ້ໄພແລ່ນລົດໄວ ແລະ ເປີດສຽງຫວໍດັງ

           ທ່ານພັນໂທ ຄຳເຫລັກ ໄຊຍະສິດ ຮອງຫົວໜ້າກົມຕຳຫລວດຈະລາຈອນ ກົມໃຫຍ່ຕຳ ຫລວດກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ພາຍຫລັງສໍາເລັດກອງປະຊຸມຕີລາຄາການນໍາໃຊ້ແສງ, ສີ ແລະ ສຽງຫວໍຂອງບັນດາລົດທີ່ມີອະພິສິດ, ໂດຍສະເພາະແມ່ນລົດໂຮງໝໍ, ລົດໜ່ວຍກູ້ໄພ ເມື່ອທ້າຍອາທິດຜ່ານມານີ້ວ່າ: ກອງປະຊຸມໄດ້ເປັນເອກະພາບກໍານົດໃຫ້ລົດໜ່ວຍກູ້ໄພຈໍານວນ 7 ພາກສ່ວນຫ້າມນຳໃຊ້ສຽງຫວໍລົດຂອງພາກສ່ວນອື່ນຢ່າງເດັດຂາດ, ຕ້ອງນຳໃຊ້ສຽງຫວໍຄືລົດນຳສົ່ງຄົນເຈັບຂອງໂຮງໝໍເທົ່ານັ້ນ ແລະ ຫ້າມເປີດສຽງຫວໍຕະຫລອດ 24 ຊົ່ວໂມງ, ໃຫ້ປິດສຽງຫວໍແຕ່ 18:00-6:00 ໂມງ (ກໍລະນີສຸກເສີນຮ້າຍແຮງແມ່ນອະນຸຍາດໃຫ້ເປີດ
ໄດ້), ສ່ວນສັນຍານໄຟໝູນຫລັງລົດໃຫ້ນຳໃຊ້ສະເພາະສີຟ້າ, ຫ້າມແລ່ນລົດໄວເກີນຂອບເຂດເພື່ອຫລີກເວັ້ນບັນຫາການເກີດອຸປະຕິເຫດຕາມມາ ແລະ ປະຕິບັດຕາມກົດລະບຽບຈະລາຈອນທີ່ກຳນົດໄວ້ຢ່າງເຂັ້ມງວດ.
           ທ່ານຮອງຫົວໜ້າກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ການນໍານົດຫລາຍຂໍ້ຫ້າມຕໍ່ພາກ ສ່ວນດັ່ງກ່າວ, ຍ້ອນວ່າຜ່ານມາມີລົດກູ້ໄພຈໍານວນໜຶ່ງໄດ້ອຸປະຕິເຫດຍ້ອນຜູ້ຂັບຂີ່ໃຊ້ຄວາມໄວເກີນກຳນົດ, ດັ່ງກໍລະນີຄັ້ງວັນທີ 16 ເມສາ 2016 ເວລາ 15:00 ໂມງເກີດອຸປະຕິເຫດລົດກູ້ໄພຕຳກັບລົດໃຫຍ່ຢູ່ສີ່ແຍກໄຟອຳນາດສີໄຄ, ເມືອງສີໂຄດຕະບອງລົດກູ້ໄພຄັນດັ່ງກ່າວບໍ່ມີປ້າຍທະບຽນຂັບຂີ່ໂດຍທ້າວ ສຸກສາຄອນ ອາຍຸ 23 ປີນັກສຶກສາບ້ານວັດໄຕເມືອງສີໂຄດຕະບອງ, ຄັ້ງວັນທີ 10 ກຸມພາ 2017 ເວລາ 13:30 ໂມງເກີດອຸປະຕິເຫດລົດຈັກຕຳກັບລົດກູ້ໄພຢູ່ຖະໜົນກຳແພງເມືອງຕໍ່ໜ້າໂຮງໝໍເສດຖາເມືອງສີສັດຕະນາກ ລົດກູ້ໄພໝາຍເລກທະບຽນ ກສ 1623 ຂັບຂີ່ໂດຍທ້າຍ ອະນຸຄົງ ອາຍຸ 33 ປີ ນັກທຸລະກິດ, ບ້ານໜອງໄຮເມືອງຫາດຊາຍຟອງ ແລະ ຄັ້ງວັນທີ 12 ກຸມພາ 2017 ເວລາ 20:30 ໂມງລົດກູ້ໄພຕໍາລົດໃຫຍ່ຢູ່ 4 ແຍກໄຟອຳນາດໂພນສະອາດເມືອງໄຊເສດຖາ, ລົດກູ້ໄພບໍ່ມີໝາຍເລກທະບຽນຂັບຂີ່ໂດຍທ້າວ ອານຸວັດ ນັກຮຽນຢູ່ບ້ານໜອງດ້ວງເມືອງສີໂຄດຕະບອງ.

           ທ່ານຮອງຫົວໜ້າຕໍາຫລວດ ກ່າວວ່າ: ການປະຕິບັດໜ້າທີ່ຂອງໜ່ວຍກູ້ໄພເພື່ອຮັບໃຊ້ສັງຄົມໃນໄລຍະຜ່ານມາແມ່ນມີຜົນງານທີ່ໜ້າຍົກຍ້ອງຊົມເຊີຍ, ໂດຍສະເພາະສາມາດນຳສົ່ງຄົນເຈັບໄປເຖິງໂຮງໝໍໄດ້ທັນເວລາ, ປອດໄພ ແລະ ສາມາດກອບກູ້ເອົາຊີວິດຂອງຜູ້ປະສົບອຸປະຕິເຫດຕາມທ້ອງຖະໜົນ ແລະ ກໍລະນີອື່ນໆ ແລະ ສັງຄົມໃຫ້ການສະໜັບສະໜູນໃນດ້ານວັດຖຸປັດໃຈຊ່ວຍເຫລືອເປັນຢ່າງດີ. ແຕ່ເພື່ອໃຫ້ສອດຄ່ອງຕາມລະບຽບຫລັກການ ແລະ ທັງໃຫ້ຮັບປະກັນຄວາມປອດໄພໃນວຽກງານດັ່ງກ່າວໃນຕໍ່ໜ້າ, ຈຶ່ງມີຄວາມຈໍາເປັນກໍານົດລະບຽບ ແລະ ເຝິກອົບຮົມດ້ານການຂັບຂີ່ປອດໄພໃຫ້ບັນດານັກຂັບຂີ່ຂອງໜ່ວຍກູ້ໄພ ເພື່ອໃຫ້ມີຄວາມຮູ້ເລິກເຊິ່ງກ່ຽວກັບກົດລະບຽບຈະລາຈອນຫລາຍຂຶ້ນ, ກໍຄືຮັບປະກັນໃຫ້ລົດກູ້ໄພທີ່ຮັບສົ່ງຄົນເຈັບໄປໂຮງໝໍດ້ວຍຄວາມປອດໄພ.

No comments:

Post a Comment