Ad

Ad

6 March 2017

ລາວເອົາໃຈໃສ່ແກ້ໄຂບັນຫາລະເບີດບໍ່ທັນແຕກ

           ໃນປີ 2017 ໂຄງການເກັບກູ້ລະເບີດແຫ່ງຊາດຈະສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ຂອງລັດຖະບານ, ເພື່ອຫລຸດຜ່ອນຈຳນວນຜູ້ບາດເຈັບ ແລະ ເສຍຊີວິດຈາກລະເບີດບໍ່ທັນແຕກ, ເພີ່ມເນື້ອທີ່ດິນໃຫ້ມີຄວາມປອດໄພໃນການຜະລິດກະສິກຳ ແລະ ການພັດທະນາ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ເມື່ອທ້າຍອາທິດຜ່ານມາ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ
ສັງຄົມ ໄດ້ເປັນປະທານກອງປະຊຸມເປີດກ້ວາງຂອງຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ປະຈໍາປີ 2016 ໄດ້ໃຫ້ຮູ້ວ່າ: ໃນປີຜ່ານມາ ຄຊກລ ສາມາດຍາດໄດ້ຜົນງານຫລາຍດ້ານ, ໂດຍໄດ້ສະເໜີຕໍ່ທ່ານນາຍົກລັດຖະມົນຕີປະກາດໃຊ້ຄຳສັ່ງເລກທີ 39/ນຍ, ລົງວັນທີ 28 ກັນຍາ 2016 ວ່າດ້ວຍການເພີ່ມທະວີວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ, ໄດ້ຍົກຍ້າຍການຈັດຕັ້ງຄຸ້ມຄອງວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທັງສູນກາງ ແລະ ທ້ອງຖິ່ນຍ້າຍມາສັງກັດຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ ແລະ ລັດຖະ ບານ, ໄດ້ພະຍາຍາມປະສານງານກັບບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນຕ່າງໆເພື່ອລະດົມທຶນ, ເຕັກນິກ-ວິຊາການເຂົ້າໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ອັນພົ້ນເດັ່ນແມ່ນໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮ່ວມກັບທ່ານ ບັນກີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ປະ ກາດຄໍາຂວັນ:ຊີວິດປອດໄພຈາກລະເບີດບໍ່ທັນແຕກເປັນເປົ້າໝາຍການພັດທະນາແບບຍືນຍົງອັນດັບທີ 18, ນອກນີ້ທ່ານ ບາຣັກ ໂອບາມາ ອະດິດປະທານາທິບໍສະຫະລັດອາເມລິກາໄດ້ປະກາດເພີ່ມທຶນຊ່ວຍເຫລືອແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ລາວຈຳນວນ 90 ລ້ານໂດລາສະຫະລັດໃນ 3 ປີຂ້າງໜ້າ, ນາຍົກລັດຖະມົນຕີນິວຊີແລນປະກາດໃຫ້ທຶນຊ່ວຍເຫລືອ ການເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຊຽງຂວາງຈໍານວນ 7,2 ລ້ານໂດລາສະຫະລັດ.

           ພ້ອມດຽວກັນນີ້, ທ່ານ ຄຳແພງ ໄຊສົມແພງ ໃຫ້ຮູ້ວ່າ: ຄຊກລ ໄດ້ພະຍາຍາມຊີ້ນຳໃຫ້ບັນດາອົງການປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກຂອງລາວ ແລະ ຕ່າງປະເທດ, ປະຕິບັດການໂຄສະນາທີ່ມາ ແລະ ຄວາມອັນຕະລາຍຂອງລະເບີດບໍ່ທັນແຕກ, ຈັດຕັ້ງການສຳຫລວດ-ເກັບກູ້ ແລະ ການຊ່ວຍເຫລືອຜູ້ລອດຊີວິດຈາກລະເບີດບໍ່ທັນແຕກໃຫ້ຫລາຍຕື່ມອີກ.

No comments:

Post a Comment