ໃນກອງປະຊຸມລັດຖະບານປະຈໍາເດືອນກຸມພາຜ່ານມາ, ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ເຫັນດີເປັນເອກະພາບມອບໃຫ້ກະຊວງອຸດສະຫະກຳ ແລະ
ການຄ້າປະສານສົມທົບກັບກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາພະແນກການທີ່ກ່ຽວຂ້ອງຢູ່ແຕ່ລະທ້ອງຖິ່ນກະກຽມການຈັດຕັ້ງປະມູນຂາຍໄມ້ທີ່ຍຶດເປັນຂອງລັດ
ໂດຍດ່ວນ ເພື່ອຮັບປະກັນໃຫ້ຖືກຕ້ອງຕາມລະບຽບ ແລະ ການສ້າງຄວາມໂປ່ງໃສໃຫ້ແກ່ສັງຄົມ.
ຊຶ່ງຜ່ານມາໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງລັກລອບຈູດໄມ້ທີ່ຖືກຍຶດຈໍານວນ 8.705 ແມັດກ້ອນທີ່ແຂວງອັດຕະປື, ເຮັດໃຫ້ລັດເສຍໂອກາດໃນການປະມູນຂາຍໄມ້ເລົ່ານັ້ນ.
ແນວໃດກໍຕາມ, ຕໍ່ບັນຫານີ້ລັດຖະບານໄດ້ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ
ກະຊວງອຸດສາຫະກໍາ ແລະ
ການຄ້າລົງສົມທົບກັບແຂວງອັດຕະປືດໍາເນີນການກວດກາໃຫ້ລະອຽດກ່ຽວກັບໄມ້ເສຍຫາຍຈາກໄຟໄໝ້
ແລະ ສືບສວນຫາຜູ້ກະທຳຜິດແລ້ວລາຍງານລັດຖະບານ. ນອກຈາກນີ້, ລັດຖະບານແນະນໍາໃຫ້ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການເງິນ ແລະ ກະຊວງອຸດສາກະກໍາ ແລະ ການຄ້າ
ສົມທົບກັບອົງການປົກຄອງທ້ອງຖິ່ນດໍາເນີນການກວດກາປັບປຸງໜ່ວຍງານ, ຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນທີ່ຮັບຜິດຊອບວຽກງານຄຸ້ມຄອງປ່າໄມ້, ທຸລະກິດໄມ້ ແລະ ພະນັກງານປະຈໍາຢູ່ດ່ານພາສີໃຫ້ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ
ເພື່ອບໍ່ໃຫ້ມີການສວຍໂອກາດຫາຜົນປະໂຫຍດແກ່ຕົນເອງ ແລະ ຝ່າຝືນລະບຽບກົດໝາຍ, ຖ້າກວດເຫັນການລະເມີດ ແລະ
ກະທໍາຜິດຕ້ອງໄດ້ລົງວິໄນຕາມລະບຽບກົດໝາຍ, ນັບທັງພະນັກງານລັດ ແລະ ຜູ້ປະກອບການ.
ນອກນີ້ລັດຖະບານຍັງໄດ້ມອບໝາຍໃຫ້ຄະນະສະເພາະກິດສືບຕໍ່ກວດກາ ແລະ
ເກັບກໍາຂໍ້ມູນໃຫ້ລະອຽດຊັດເຈນກ່ຽວກັບດ່ານທີ່ມີການອະນຸມັດໃຫ້ສົ່ງໄມ້ອອກໄປຕ່າງປະເທດ, ມີພາກສ່ວນໃດ ແລະ ພະນັກງານຜູ້ໃດເປັນຜູ້ອະນຸມັດໃຫ້ສົ່ງອອກ, ພະນັກງານຂອງລັດທີ່ໃຫ້ການຮ່ວມມື ແລະ
ສົມຮູ້ຮ່ວມຄິດກັບຜູ້ປະກອບການທີ່ລັກລອບສົ່ງອອກ ເພື່ອລາຍງານຂໍ້ມູນລະອຽດແກ່ລັດຖະບານ.
ຜ່ານມາ, ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ມີການສົ່ງອອກໄມ້ທ່ອນ ແລະ
ຜະລິດຕະພັນໄມ້ລາຍໃຫ່ຍໃນພາກພື້ນ, ແຕ່ການເກັບລາຍຮັບຈາກໄມ້ຊໍ້າພັດໄດ້ໜ້ອຍ, ທັງມີການລັກຕັດໄມ້ເກີນໂກຕ້າທີ່ໄດ້ຮັບອະນຸຍາດ, ໂດຍມີເຈົ້າໜ້າທີ່ໃນຂະແໜງກ່ຽວຂ້ອງຈໍານວນໜຶ່ງໃຫ້ການຊ່ວຍເຫຼືອເພື່ອແລກກັບຜົນປະໂຫຍດສ່ວນຕົວ
ແລະ ຍັງມີປະກົດການລັກຕັດໄມ້ຊະຊາຍຕາມໃບສັ່ງຈາກພໍ່ຄ້າໄມ້ຕາມປ່າຂອງຊຸມຊົນ ແລະ
ປ່າສະຫງວນຕ່າງໆໃນຂອບເຂດທົ່ວປະເທດ, ອັນໄດ້ເຮັດໃຫ້ເນື້ອທີ່ປົກຫຸ້ມຂອງປ່າໄມ້ໃນປະເທດຫຼຸດລົງຢ່າງໜ້າເປັນຫ່ວງ.
No comments:
Post a Comment